ວ່າດ້ວຍຄວາມຫຼອກລວງ ພະຍານາກ ແລະ ພະຍາຄຸດ

ຄະຕິທັມ ເລື່ອງທີ່ຈະນຳມາເລົ່າສູ່ຟັງນີ້ ມີໃນ ປັນທະຣະກາຊາດົກ ເຊິ່ງວ່າດ້ວຍ ພຣະຍາຄຸດ ກັບ ພຣະຍານາກ ເຊິ່ງມີວ່າ:

ໃນສະໄໝໜຶ່ງ ພຣະຜູ້ມີພຣະພາກເຈົ້າ ຂອງພວກເຮົາ ສະເດັດປະທັບຢູ່ ວັດພຣະເຊຕະວັນມະຫາວິຫານ ພຣະນະຄອນສາວັດຖີ ປະເທດໂກສົນ ໄດ້ຊົງປາຣົບພຣະເທວະທັດ ຜູ້ເວົ້າມຸສາວາດ (ເວົ້າຄຳບໍ່ຈິງ ຫຼອກລວງ) ແລ້ວຖືກແຜ່ນດິນສູບ ໄປໄໝ້ໃນອະເວຈີມະຫານະຣົກ ແລ້ວໄດ້ຊົງຕັດອະດີດນິທານ ມາສາທົກ ຍົກເລື່ອງໃນອະດີດ ມາເປັນອຸທາຫອນສອນວ່າ:

ໃນການຄັ້ງໜຶ່ງ ລ່ວງມາດົນແລ້ວ ມີພໍ່ຄ້າຊາວເມືອງພາຣານະສີ ປະມານ 500 ຄົນ ໄດ້ແລ່ນສຳເພົາໄປໃນມະຫາສະມຸດ ເພື່ອໄປຄ້າຂາຍ ທີ່ເມືອງອື່ນ ໃນວັນທີ 7 ສຳເພົາຖືກພາຍຸພັດຖະລົ່ມ ໄດ້ຫຼົ້ມລົງກາງມະຫາສະມຸດ ຜູ້ຄົນທັງຫຼາຍໄດ້ຈົມນຳ້ຕາຍ ກາຍເປັນອາຫານເຫຍື່ອປາ ແລະເຕົ່າໝົດ ຍັງເຫຼືອແຕ່ພຽງຊາຍຄົນໜຶ່ງ ເຊິ່ງຖືກລົມພາຍຸພັດພາໄປ ຂຶ້ນເຖິງຝັ່ງໄດ້ ທີ່ ທ່ານຳ້ກະທັມພິຍະ ໂດຍເສື້ອຜ້າໃນຄີງ ໄດ້ຫຼຸດອອກໝົດ ເຫຼືອແຕ່ຮ່າງກາຍ ໄດ້ເດີນທ່ຽວຫາຂໍທານ ອາຫານກິນຢູ່

ພວກຊາວບ້ານໄດ້ພົບພໍ້ເຂົ້າ ເຫັນລາວບໍ່ນຸ່ງເສື້ອຜ້າ ຈຶ່ງພາກັນຍົກຍ້ອງວ່າ ເປັນຜູ້ວິເສດວິໂສ ເປັນຜູ້ມັກນ້ອຍສັນໂດດ ເປັນ ຜູ້ໝົດກິເລດຕັນຫາ ປ່ອຍວາງໝົດທຸກຢ່າງ ເປັນນັກບວດຜູ້ວິເສດ ຈຶ່ງພາກັນສັກາຣະບູຊາລາວເປັນການໃຫຍ່ ນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ ລາວເອງຄິດວ່າ ໂຕເອງບໍ່ນຸ່ງຜ້າ ແລ້ວເປັນຜູ້ວິເສດວິໂສ ໄດ້ລາບ ສັກກາຣະ ຄົນຍົກຍ້ອງບູຊາຫຼາຍ ລາວຈຶ່ງເຫັນວ່າ ວິທີນີ້ເປັນການດີ ຈຶ່ງບໍ່ປາຖະນາຈະນຸ່ງຜ້າອີກ ຄົນທັງຫຼາຍຈຶ່ງເອີ້ນວ່າ ກະທັມພິຍະອະເຈລົກ (ນັກບວດເປືອຍ ຊື່ ກະທັມພິຍະ)

ໃນສະໄໝນັ້ນ ໄດ້ມີພຣະຍານາກຕົນໜຶ່ງ ຊື່ວ່າ ປັນທະຣະກະ ນາຄະຣາດ ແລະພຣະຍາຄຸດຕົນໜຶ່ງ ຈະພາກັນມາຫານັກບວດເປືອຍກະທັມພິຍະ ເພື່ອຂໍຟັງທັມ ຊັກຖາມໃນສິ່ງທີ່ເປັນປະໂຫຍດຢູ່ເປັນປະຈຳ ເພາະຖືວ່າລາວເປັນນັກບວດ

ຢູ່ມາມື້ໜຶ່ງ ພຣະຍາຄຸດໄດ້ມາຫານັກບວດເປືອຍ ແລ້ວຂໍຮ້ອງວ່າ “ທ່ານຜູ້ຈະເຣີນ! ຍາດຂອງຂ້ານ້ອຍຈຳນວນຫຼາຍ ໄດ້ພາກັນຖືກຂ້າຕາຍ ເພາະໄປຈັບນາກ ຂໍທ່ານຈົ່ງໄດ້ຊ່ວຍຖາມຄວາມລັບຂອງພຣະຍານາກ ໃຫ້ຂ້ານ້ອຍແດ່ ວ່າ ເປັນເພາະຄວາມລັບຫຍັງ?” ນັກບວດເປືອຍກະທັມພິຍະ ໄດ້ຮັບຄຳຂອງພຣະຍາຄຸດວ່າ ຈະຖາມໃຫ້ ເມື່ອພຣະຍານາກນັ້ນມາໄຫວ້ຕົນ ຈຶ່ງຖາມພຣະຍານາກ ໃນສາເຫດນັ້ນ

ພຣະຍານາກຕອບວ່າ “ທ່ານຜູ້ຈະເລີນ! ເລື່ອງນີ້ເປັນຄວາມລັບຂອງພວກຂ້ານ້ອຍ ຖ້າຫາກຂ້ານ້ອຍບອກທ່ານ ເທົ່າກັບຂ້ານ້ອຍນຳຄວາມຕາຍມາສູ່ຕົນເອງ ແລະໝູ່ຍາດທັງຫຼາຍ ຈຶ່ງຂໍບໍ່ຕອບໄດ້ບໍ?” ເມື່ອພຣະຍານາກກ່າວເຊັ່ນນັ້ນແລ້ວ ນັກບວດເປືອຍໄດ້ກ່າວວ່າ “ທ່ານພຣະຍານາກ! ເຮົາຈະບໍ່ບອກໃຜ ຈະເກັບໄວ້ເປັນຄວາມລັບແຕ່ພຽງຜູ້ດຽວ ທີ່ຖາມນີ້ກໍເພາະຢາກຈະຮູ້ ຂໍທ່ານຈົ່ງບອກມາໃຫ້ຮູ້ເທີ້ນ” ພຣະຍານາກກໍຕອບວ່າ “ທ່ານຜູ້ຈະເຣີນ! ຂ້ານ້ອຍບອກບໍ່ໄດ້ແທ້” ກ່າວແລ້ວ ກໍໄຫວ້ນັກບວດເປືອຍນັ້ນ ແລ້ວກັບໄປ

ມື້ໃໝ່ມາ ພຣະຍານາກມາໄຫວ້ນັກບວດເປືອຍອີກ ນັກບວດເປືອຍນັ້ນ ກໍໄດ້ຖາມອີກ ພຣະຍານາກ ກໍບໍ່ຍອມບອກເໝືອນເດີມ ໃນວັນຕໍ່ມາ ນັກບວດເປືອຍກໍຍັງຖາມຄວາມນັ້ນອີກ ເຖິງ 2-3 ຄັ້ງ ພຣະຍານາກຈຶ່ງໄດ້ກ່າວຢຳ້ໄວ້ວ່າ “ເມື່ອທ່ານຕ້ອງການຮູ້ຈິງໆ ກໍຈະບອກ ແຕ່ທ່ານຈົ່ງເກັບເປັນຄວາມລັບແທ້ໆ ຢ່າໄດ້ເປີດເຜີຍ” ແລ້ວຈຶ່ງເລົ່າໃຫ້ນັກບວດເປືອຍຟັງວ່າ “ການທີ່ພວກຄຸດຈັບນາກບໍ່ໄດ້ ພ້ອມທັງຖືກນາກທັງຫຼາຍທຳຮ້າຍນັ້ນ ເປັນເພາະວ່າ ພວກຂ້ານ້ອຍໄດ້ກືນກິນກ້ອນຫີນເຂົ້າໄປທຸກມື້ ເຮັດໃຫ້ໂຕໜັກ ນອນຢູ່ ເມື່ອພວກຄຸດມາຈັບທີ່ຫົວ ຈຶ່ງຈອງໃຫ້ພວກຄຸດຈົມນຳ້ຕາຍໄປເປັນຈຳນວນຫຼາຍ ພວກຄຸດບໍ່ຮູ້ເຫດນີ້ ໄດ້ຈັບພວກນາກທາງຫົວ ຖ້າພວກຄຸດສະຫຼາດຈັບນາກທາງຫາງ ຫີນກໍຈະໄຫຼອອກມາທາງປາກ ແລ້ວກໍສາມາດນຳພວກນາກທັງຫຼາຍໄປໄດ້ ອັນນີ້ເປັນຄວາມລັບແທ້” ເມື່ອບອກແລ້ວກໍໄຫວ້ລາກັບໄປ

ໃນວັນຕໍ່ມາ ພຣະຍາຄຸດມາໄຫວ້ນັກບວດເປືອຍ ເມື່ອພຣະຍາຄຸດນັ້ນຖາມ ນັກບວດເປືອຍຜູ້ບໍ່ມີສີລ ບໍ່ມີສັດຈະທັມ ກໍເລົ່າເລື່ອງຄວາມລັບຂອງພຣະຍານາກໃຫ້ຟັງ

ໃນການຕໍ່ມາ ເມື່ອພຣະຍານາກມາໄຫວ້ນັກບວດເປືອຍຜູ້ທຸສີລ ພຣະຍາຄຸດເຫັນ ກໍບິນເຂົ້າໄປຈັບພຣະຍານາກທາງຫາງ ແລ້ວບິນຂຶ້ນສູ່ທ້ອງຟ້າ ພຣະຍານາກເມື່ອຮູ້ວ່າ ອັນນີ້ເປັນເພາະຄວາມລັບຖືກເປີດເຜີຍແລ້ວ ຈຶ່ງຮ້ອງໄຫ້ຈົມວ່າ “ໄພນີ້ເກີດຈາກໂຕເອງແທ້ໆ ທີ່ເວົ້າຫຼາຍ ປາກໄວ ເວົ້າບໍ່ປິດບັງ ບອກຄວາມລັບແກ່ຄົນອື່ນ ແລ້ວເຂົາຈຶ່ງໄປບອກຕໍ່ໄປ ໜ້າເຈັບໃຈແທ້ໆ”

ພຣະຍາຄຸດຈຶ່ງກ່າວວ່າ “ທ່ານພຣະຍານາກ! ທ່ານນັ້ນບອກຄວາມລັບແກ່ນັກບວດເປືອຍ ຈະມາຮ້ອງໄຫ້ຈົມຢູ່ເຮັດຫຍັງ? ສັດທີ່ຈະບໍ່ຕາຍ ບໍ່ມີໃນໂລກ ຂຶ້ນຊື່ວ່າຄວາມລັບ ບໍ່ຄວນບອກແກ່ໃຜໆ ບໍ່ວ່າຈະເປັນມານດາບິດາ ຍາດພີ່ນ້ອງ ແມ່ນແຕ່ພັນລະຍາ ແລະບຸດທິດາ” ແລ້ວໄດ້ກ່າວຄາຖາວ່າ “ບັນດິດບໍ່ເພິງເປີດເຜີຍຄວາມລັບ ເພິງຮັກສາຄວາມລັບນັ້ນໄວ້ ເໝືອນຮັກສາຂຸມຊັບ ເພາະວ່າຄວາມລັບ ບຸກຄົນຮູ້ຢູ່ບໍ່ເປີດເຜີຍໄດ້ເປັນການດີ ບັນດິດບໍ່ຄວນບອກຄວາມລັບແກ່ສະຕີ (ຍິງ), ສັດຕູ, ຄົນທີ່ໃຊ້ອາມິດລໍ້ໄດ້ (ໃຊ້ເງິນຊື້ໄດ້) ແລະ ຄົນຜູ້ລ້ວງເອົາຄວາມລັບ”

ພຣະຍານາກ ໄດ້ຟັງທັມຂອງພຣະຍາຄຸດແລ້ວ ໄດ້ກ່າວອ້ອນວອນຂໍຮ້ອງວ່າ “ທ່ານພຣະຍາຄຸດຜູ້ບັນດິດ! ຂ້າພະເຈົ້າຂໍຊີວິດນີ້ຈາກທ່ານ ຂໍທ່ານຈົ່ງຕັ້ງຕົນເປັນເໝືອນກັບມານດາຂອງຂ້າພະເຈົ້າເທີ້ນ” ພຣະຍາຄຸດໄດ້ກ່າວຕອບວ່າ “ທ່ານພຣະຍານາກ! ເອົາເທີ້ນ ຂ້າພະເຈົ້າຈະປ່ອຍທ່ານໄປ ແຕ່ວ່າການເປັນບຸດນັ້ນ ມີ 3 ຈຳພວກ ຄື ຄວາມເປັນສິດ, ບຸດບຸນທັມ ແລະ ບຸດເກີດກັບຕົນເອງ ທ່ານນັ້ນ ຍິນດີຈະເປັນບຸດປະເພດໃດຂອງຂ້າພະເຈົ້າລະ? ວ່າແລ້ວກໍປ່ອຍພຣະຍານາກໄປ ທັງສອງ ພຣະຍາດຄຸດ ແລະ ພຣະຍານາກ ກໍຢູ່ກັນດ້ວຍຄວາມສາມັກຄີເໝືອນເດີມ

ໃນການຕໍ່ມາ ທັງສອງໄດ້ຊວນກັນໄປຫານັກບວດເປືອຍຜູ້ທຸສີລນັ້ນອີກ ພຣະຍາຄຸດຮູ້ວ່າ ພຣະຍານາກມີຄວາມອາຄາດໃນນັກບວດເປືອຍນັ້ນຢູ່ ຈຶ່ງບໍ່ເຂົ້າໄປຫາພ້ອມກັນ ໃຫ້ແຕ່ພຣະຍານາກເຂົ້າໄປຜູ້ດຽວ ພຣະຍານາກໄດ້ກ່າວຕິຕຽນ ນັກບວດເປືອຍນັ້ນວ່າ “ທ່ານປະຕິຍານຕົນວ່າເປັນນັກບວດ ແຕ່ທ່ານເປັນຄົນຊົ່ວຊາມ ປະທຸດສະຮ້າຍມິດ ປະທຸດສະຮ້າຍຕໍ່ຜູ້ບໍ່ປະທຸດສະຮ້າຍ ບໍ່ຮັກສາສັດຈະວາຈາ ເປັນຜູ້ທຸສີລ ທ່ານບໍ່ມີທັມ ແຕ່ປະກາດວ່າຕົນມີທັມ ທ່ານເປັນຄົນຫຼອກລວງ ຖ້າຫາກຄຳນີ້ເປັນສັດຈະ ຂໍໃຫ້ທ່ານຈົ່ງໄດ້ຮັບໂທດ ຂໍໃຫ້ຫົວແຕກອອກເປັນ 7 ສ່ຽງເທີ້ນ” ເມື່ອກ່າວຈົບ ຫົວຂອງນັກບວດເປືອຍຜູ້ທຸສີລ ກໍໄດ້ແຕກອອກເປັນ 7 ສ່ຽງ ແລ້ວຕາຍໄປໄໝ້ໃນນະຣົກ ທັງສອງພຣະຍານາກ ແລະພຣະຍາຄຸດ ກໍກັບໄປສູ່ທີ່ຢູ່ຂອງຕົນ

ຊາດົກເລື່ອງນີ້ ສອນຄະຕິໃຫ້ຮູ້ວ່າ ຄວາມລັບນັ້ນ ບໍ່ຄວນເປີດເຜີຍ ສຽວສະຫວາດກ່າວວ່າ ລະຫັດນັ້ນຢ່າໃຫ້ມີສອງ ແລະ ສອນວ່າ ຄົນທຸສີລ ບໍ່ມີສັດຈະ ຍ່ອມກໍ່ທຸກໂທດເດືອດຮ້ອນທັງແກ່ຕົນ ແລະຄົນອື່ນ

ຄົນຜູ້ທຸສີລ ມັກກ່າວມຸສາວາດ (ເວົ້າຕົວະຫຼອກລວງ) ເປັນຄົນທີ່ບໍ່ມີຄ່າ ໄຮ້ລາຄາ ແລະຄວາມໝາຍ ຈະຖືກຕິຕຽນຈາກບັນດິດວິນຍູຊົນໃນໂລກນີ້ ຫຼັງຈາກຕາຍແລ້ວ ກໍຈະໄປເກີດໃນນະຮົກໝົກໄໝ້ ເພາະສະນັ້ນ ຈົ່ງກ່າວແຕ່ຄຳອັນເປັນຈິງ ດີງາມ ຖືກການເວລາ ໄດ້ເນື້ອຫາສາຣະ ແລະເປັນທັມ.

ສາທຸ ສາທຸ ສາທຸບຸນ

ທີ່ມາ: ນິທານທັມ